amis logo [ຂໍ້ມູນທົດລອງ] ລະບົບ ຂໍ້ມູນຂ່າວສານຕະຫຼາດກະສິກໍາ ຢູ່ ສປປ ລາວ

ແນະນໍາ ແລະ ການນໍາໃຊ້ແນວພັນເຂົ້າຊະນະຄາມ 1 (Sanakam 1 )

ວັນທີ 01/11/2023

ແນວພັນ ຊະນະຄາມ 1 ຫື ສາຍພັນ RGD13300-189-1-5-M2-B 8- 22-ND-B-B-B-B ແມ່ນສູນຄົ້ນຄວ້າເຂົ້າ ໄດ້ປະສົມລະຫວ່າງແນວພັນ TDK8 ກັບສາຍພັນ RGD10033-77-MAS-22 (ເປັນສາຍພັນທີ່ໄດ້ໃຊ້ Molecular Assistant Selection ໃນການກວດຫາ Gene ເຂົ້າຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ໃຊ້ຮູບແບບປະສົມພັນແບບດ່ຽວ ໃນລະດູແລ້ງປີ 2017, ປູກຄັດເລືອກທີ່ສູນ ແບບສືບປະຫວັດ ພ້ອມກັບນໍາໃຊ້ເຕັກນິກການຄັດເລືອກ ແບບ Molecular Assistant Selection (ຊ່ວຍກວດຫາ Gene ທີມີຄວາມຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ຮອດຊົ່ວທີ່ 5 ແລ້ວສົ່ງໄປໃຫ້ໂຮງຮຽນຊາວນາບ້ານ.ນາເດື່ອ ເມືອງຊະນະຄາມ ແຂວງວຽງຈັນ ຄັດເລືອກຕໍ່ໃນຊົ່ວທີ່ 6 (ປີ 2020) ໂດຍ ທ່ານໄຍ ປູກຄັດເລືອກຊົ່ວ 7 ຮອດຊົ່ວທີ່ 9 ກາຍເປັນສາຍພັນຄົງຕົວ, ແລະ ປັບຕົວໄດ້ດູໃນເຂດນີ້ແລ້ວທົດສອບການກິນ,ດົມຄວາມຫອມ, ຫລັງຈາກນັ້ນໄດ້ຂະຫຍາຍເມັດພັນເອົາໄປທົດສອບໃນຫລາຍ ໂຮງຮຽນຊາວນາ ແລະ ຊາວກະສິກອນກໍ່ໄດ້ຄັດເລືອກເອົາໄປປູກຕໍ່ໃນນບ້ານໄກ້ຄຽງໄດ້ແກ່ ບ້ານຫ້ວຍຕາວ, ບ້ານໂພນສະຫວ່າງ ແລະ ໂນນສະຫວັນ

1. ລັກສະນະເດັ່ນຂອງແນວພັນຊະນະຄາມ 1
– ທົນພະຍາດໃຫ້ມ
– ທົນນໍ້າຖ້ວມຫນ່ອຍຫຶ່ນງ
– ທົນດ້ວງກ
– ຜົນຜະລິດດີ 4,5-5 ໂຕນ/ ເຮັກຕາ
– ກິນອອ່ນ, ຫອມໜ້ອຍໜຶ່ງ

ຕາຕະລາງປຽບທຽບລັກຊະນະຊະນະຄາມ 1 ກັບພໍ່ແມ່ພັນ

ແນວພັນເຂົ້າຊະນະຄາມ 2TDK8ສາຍພັນ RGD10033-77- MAS-22
ປະເພດເຂົ້າເຂົ້າໜຽວເຂົ້າໜຽວເຂົ້າໜຽວ
ສີເມັດເຫຼືອງນໍ້າຕານ 
ອາຍຸ (ວັນ)134136 
ລະດູປູກແລ້ງ ແລະ ຝົນແລ້ງ ແລະ ຝົນ 
ລວງສູງ (ຊມ)115110 
ເປີເຊັນການສີ (%)6059 
ຜົນຜະລິດ (ໂຕນ/ ເຮັກຕາ4,3-4,54,5-5 
ຈຸດເດັ່ນຂອງແນວພັນກິນອ່ອນ, ດວງກໍ ແລະ ທົນນໍ້າຖ້ວມປານກາງບໍ່ທົນນໍ້າຖ້ວມ, ອອ່ນ ແອຕໍ່ພະຍາດໃຫ້ມກວດສອບດ້ວຍ DNA ມີຢີນ ເຂົ້າຫອມ, ທົນພະຍາດໃຫ້ມ , ແລະ ທົນ ນໍ້າຖ້ວມ

2. ແນະ ນໍາການປູກ
ແນວພັນ ຊະນະຄາມ 1 ສາມາດປູກໄດ້ 2 ລະດູຄື: ນາແຊງ ແລະ ນາປີ.

3. ວີທີການປູກ:
– ນາດໍາແມ່ນແນະນໍາຕົກກ້າຊ່ວງເດືອນ ມິຖຸນາ (ນາປີ) ແລະ ທ້າຍເດືອນທັນວາ ຫາຕົ້ນເດືອນມັງກອນ (ນາແຊງ), ຕົ້ນກ້າໄດ້ 20-25 ວັນ ສາມາດນາໄປປັກດໍາໄດ້
– ສາມາດດໍາໃນອັດຕາ 2-3 ກີບກ້າຕໍ່ສຸ່ມ
3.1 ການໃສ່ຝຸ່ນ:
ນາດິນຊາຍ ໃຫ້ໃສ່ຝຸ່ນປະສົມສູດ 15-15-15 ໃນ ອັດຕາ200 ກລ/ຮຕ, ນາດິນໜຽວໃສ່ຝຸ່ນປະສົມສູດ 16-20-00 ໃນ ອັດຕາ 200 ກລ/ຮຕ, ຫຼັງຈາກປັກດໍາໄດ້ 5-7 ມື້ ແລະ ໃຫ້ໃສ່ຝຸ່ນເລັ່ງ 2 ຄັ້ງ: ສູດ 46 0 0 ຫຼັງຈາກປັກດໍາໄດ້ 25 ມື້ ແລະ 45 ມື້ ໃນອັດຕາ 30 ກລ/ຮຕ/ຄັ້ງ.

4. ການເກັບກ່ຽວ
ເໝາະສົມໃນການນໍາໃຊ້ກົນຈັກເກັບກ່ຽວເຊິ່ງສາມາດເກັບກ່ຽວໄດ້ພາຍໃນ 30 ວັນ ນັບແຕ່ວັນອອກດອກໄດ້ 50%, ຫ້າມກ່ຽວຊ້າເພາະຈະເຮັດໃຫ້ເຂົ້າຫັກໃນເວລາສີເຮັດໃຫ້ເປີເຊັນເຂົ້າສານປະເພດ 1 ຕໍ່າ, ຖ້າໃຊ້ແຮງງານຄົນເກັບກ່ຽວຄວນຕາກຝ່ອນເຂົ້າໃນທົ່ງນາປະມານ 2 ແດດຈຶ່ງເກັບກູ້ ແລະ ຟາດຕີ

ຕິດຕໍ່ປະສານແນວພັນ ທ່ານ ດວງປີ ຈັນທະກັນສອນ ກະສິກາ ແລະ ປ່າໄມ້ ເມືອງ ຊະນະຄາມ ແຂວງວຽງຈັນ
ໂທ: 02055732280